ຫຼາຍຄົນຄິດວ່າໂປແກຣມ IB (Introducing Broker) ເປັນຮູບແບບການເຮັດຕະຫຼາດ Affiliate ໃນຕະຫຼາດ Forex ເຊິ່ງໃນຄວາມເປັນຈິງ ໂປແກຣມ IB Forex ນັ້ນມີຄວາມຢືດຢຸ່ນຫຼາຍກ່ວາ ສຳຫຼັບຜູ້ທີ່ຢູ່ໃນຕະຫຼາດການເງິນຢູ່ແລ້ວ ແລະ ຕ້ອງການຈະສ້າງລາຍໄດ້ທີ່ໝັ້ນຄົງແບບບໍ່ຕ້ອງລົງແຮງໃຫ້ເມື່ອຍເລີຍ

ຕະຫຼາດແບບ Affiliate ແລະ ການເຮັດ IB ມີຈຸດປະສົງດຽວກັນກໍ່ຄືການນຳນັກເທຣດມາຍັງແພຣດຟອມການເທຣດໃຫ້ໄດ້ຫຼາຍທີ່ສຸດ ເພື່ອຮັບຄ່າຄອມມິເຊີນຈາກການແນະນຳ ເຖິງແນວໃດກໍ່ຕາມ ວິທີການນັ້ນຈະແຕກຕ່າງກັນເນື່ອງຈາກ ການເປັນ IB  ໝາຍເຖິງການເປັນຜູ້ສະໜັບສະໜູນຂອງ Broker ເພື່ອສົ່ງມອບຜະລິດຕະພັນ ແລະ ບໍລິການໃຫ້ກັບນັກເທຣດ

ຮູບແບບໂປຣແກຣມພາດເນີທີຫຼາກຫຼາຍຈະສາມາດດຶງດູດນັກເທຣດ ແລະ ຜູ້ສົນໃຈລົງທຶນໄດ້ຢ່າງຫຼາຍ ໂດຍແຕ່ລະ Broker ກໍ່ຈະມີວິທີການ ລວມເຖິງໂປຣໂມເຊີນທີ່ແຕກຕ່າງກັນໄປ ໃນການດຶງດູດລູກຄ້າໃຫ້ກັບພາດເນີ

ໃນບົດຄວາມນີ້ເຮົາຈະມາລົມກັນກ່ຽວກັບຄວາມແຕກຕ່າງລະຫວ່າງ ໂປຣແກຣມພາດເນີ Forex ແລະ ການຕະຫຼາດແບບ Affiliate ຕະຫຼອດຮອດວິທີການດຳເນີນການໂປຣແກຣມ IB ໃຫ້ປະສົບຄວາມສຳເລັດ

ຄວາມແຕກຕ່າງລະຫວ່າງ IB ແລະ ໂປຣແກຣມ Affiliate

ໃນຄວາມເປັນຈິງທັງ IB ແລະ Affiliate ມີເປົ້າໝາຍ ແລະ ເຄື່ອງມືຄ້າຍໆກັນ ໂດຍມີຈຸດປະສົງຄືການນຳລູກຄ້າໃໝ່ມາຍັງ Broker ໃຫ້ໄດ້ຫຼາຍທີ່ສຸດແຕ່ໃນຄວາມເປັນຈິງທັງສອງວິທີນັ້ນແຕ່ກຕ່າງກັນດັ່ງນີ້:

• ຫຼັກການຂອງ Affiliate ຄືສົ່ງຂໍ້ຄວາມສຳຄັນໄປຍັງກຸ່ມເປົ້າໝາຍຕ່າງໆ ໂດຍຈະໃຊ້ Website, Social Networkແລະ ຊ່ອງທາງຕ່າງໆ ໃນການໂປໂໝດຄ້າຍໆກັນ ກັບການຕະຫຼາດທົ່ວໄປ
• IB ຈະເຮັດໜ້າທີ່ເປັຍຜູ້ໃຫ້ຄຳປຶກສາ ໂດຍບໍ່ແມ່ນແຕ່ເພື່ອສົ່ງເສີມ ຫຼື ໂປໂໝດແບນເທົ່ານັ້ນ ແຕ່ຍັງໃຫ້ການສະໜັບສະໜູນແບບ Peer to Peer ແກ່ນັກເທຣດມືໃໝ່ໄດ້ ໂດຍກະແຈສູ່ຄວາມສຳເລັດກໍ່ຄື ການສ້າງຄວາມສຳພັນໄລຍະຍາວລະຫວ່າງ IB ໃນຖານະທີ່ປຶກສາ ແລະ ຜູ້ມີແນວໂນ້ມເປັນລູກຄ້າ ຫາກລູກຄ້າເລີມເທຣດ IB ຈະໄດ້ຮັບຄ່າຄອມມີເຊີນ ແລະ ຍິ່ງບັນລຸເປົ້າໝາຍຂອງ Broker ຫຼາຍເທົ່າໃດກໍ່ຈະໄດ້ຄ່າຄອມມີເຊີນຫຼາຍຂື້ນ

ແນະນຳໃຫ້ເຂົ້າໃຈງ່າຍໆວ່າ IB ຈະຕ້ອງມີຄວາມພ້ອມໃນການສະໜັບສະໜູນຢ່າງເຕັມຮູບແບບ ຂະນະທີ່ Affiliate ຈະເຮັດໜ້າທີ່ຄືກັບຜູ້ໂປຣໂໝດ ໂດຍທີ່ບໍລິສັດຈະບໍ່ສົນໃຈວ່າຈະເກີດຫຍັງຂື້ນຫຼັງຈາກນັ້ນ ແຕ່ຂາວດີກໍ່ຄືນັກການຕະຫຼາດແບບ Affiliate ມີໂອກາດຂະຫຍາຍໄປຍັງໂບຣກເກີແນະນຳສະເໜີ

ຮູບແບບຕອບແທນໂປຣແກຣມພາດເນີຂອງ Broker Forex

ແນ່ນອນວ່າການເປັນ IB ອາດຕ້ອງມີຄ່າໃຊ້ຈ່າຍບາງສ່ວນ ໃນການດຳເນີນການເພື່ອຕອບໂຈດລູກຄ້າແຕ່ເມື່ອລູກຄ້າດຳເນີນການໃດໆ ທ່ານຈະໄດ້ຜົນຕອບແທນ ແລະ ລາຍໄດ້ພິເສດເພີ່ມເຕີມຈາກ Broker ບໍ່ວ່າຈະເປັນຄ່າຄອມມີເຊີນ ແລ ການຈ່າຍຜົນຕອບແທນໂດຍມີຮູບແບບການຈ່າຍຜົນຕອບແທນໃຫ້ເລື່ອກດັ່ງນີ້:

1. Cost per Lead (CPl)

ອີກນຶ່ງຮູບແບບຜົນຕອບແທນທີ່ໄດ້ຮັບຄວາມນິຍົມຫຼາຍໆ ໂດຍພາດເນີຈະໄດ້ຮັບຜົນຕອບແທນສຳຫຼັບການນຳລາຍຊື່ລູກຄ້າທີ່ມີຄວາມສົນໃຈໃນການບໍການນັ້ນໆ ມາຍັງບໍລິສັດ ໂດຍຈະມີການຈ່າຍຄ່າຄອມມິເຊີນ IB ເມື່ອລູກຄ້າປ້ອນແບບຟອມຕ່າງໆ ຫຼື ລົງທະບຽນສຳເລັດສົມບູນ ສ່ວນທີ່ເຫຼືອກໍ່ຈະເປັນໜ້າທີ່ຂອງທີມຂາຍນັ້ນເອງ

2. Rev-Share Model

ການຈ່າຍຜົນຕອບແທນສ່ວນແບ່ງລາຍໄດ້ເປັນຄ່າຄອມມິເຊີນທີ່ຄິດເປັນເປີເຊັນຈາກການເຮັດທຸລະກຳທີ່ສຳເລັດເປັນທີ່ຮຽບຮ້ອຍແລ້ວ ໂດຍຂຶ້ນຢູ່ກັບປະລິມານຂອງການເທຣດຂອງລູກຄ້າ ຍິ່ງມີລູກຄ້າເທຣດຫຼາຍ Broker ກໍ່ຈະຈ່າຍຄ່າຄອມມີຊັນທີ່ເພີ່ມຫຼາຍຂຶ້ນ

ມີຮູບແບບສ່ວນແບ່ງຜົນຕອບແທນໃຫ້ເລືອກທັງໝົດ 3ແບບດັ່ງນີ້:

  1. ຕອບແທນຄົງທີ່ສຳຫຼັບການເທຣດທຸກໆລັອດ
  2. ເປີເຊັນຈາກຄ່າຄອມມີເຊີນທັງໝົດ
  3. ຄິດເປັນໜ່ວຍ pip ຕໍ່ລອດ

ໂປຣແກຣມ IB ໃນປະຈຸບັນຈະເປັນລະບົບແບບຫຼາຍລະດັບ ເຊິ່ງຈະບໍ່ພຽງແຕ່ກະຕຸ້ນໃຫ້ IB ສາມາດແນະນຳບໍລິການຕ່າງໆ ກັບລູກຄ້າເທົ່ານັ້ນ ແຕ່ຍັງລວມເຖິງບໍລິສັດອື່ນໆ ທີມີຄວາມສົນໃຈ ເພື່ອໃຫ້ທ່ານສາມາດຂະຫຍາຍເຄືອຂ່າຍຂະໜາດໃຫຍ່ທີ່ສ້າງລາຍໄດ້ທີ່ໝັ້ນຄົງຕະຫຼອດ 24 ຊົ່ວໂມງທຸກມື້

ວິທີເຮັດໂປຣແກຣມ IB ໃຫ້ປະສົບຄວາມສຳເລັດ

ກະແຈສູ່ຄວາມສຳເລັດການເປັນ IB ຄືການຈັດການເຄື່ອງມືທີ່ມີປະສິທິພາບ ໃຫ້ກັບພາດເນີເພື່ອໃຫ້ມີສ່ວນຮ່ວມກັບກຸ່ມລູກຄ້າໃຫ້ໄດ້ຫຼາຍທີ່ສຸດ ບໍ່ຍ່າງນັ້ນ ພາດເນີກໍ່ອາດຈະໜີໄປຫາ Broker ອື່ນທີ່ມີເງື່ອນໄຂ ແລະ ຂໍ້ສະເໜີທີ່ດີກ່ວາ

ໃນຂະນະດຽວກັນ ຄວາມສຳເລັດສ່ວນຫຼາຍກໍ່ຈະຂື້ນກັບການແນະນຳໂຕຂອງ Broker ເອງເຊິ່ງຈະຕ້ອງພັດທະນາລະບົບທີ່ມີການຈັດການທີ່ດີ ແລະ ກົງກັບມາດຕະຖານຂອງຕະຫຼາດ ເນື່ອງຈາກລູກຄ້າຕ່າງກໍ່ກຳລັງເບິ່ງ Broker ທີ່ດີທີ່ສຸດ ຕະຫຼອດຈົນເຄື່ອງມືທີ່ຊ່ວຍໃຫ້ໝັ້ນໃຈວ່າການຕົກລົງແຕ່ລະລາຍການມີຄວາມຢືດຢຸ່ນຢ່າງຫຼາຍ

ຂັ້ນຕອນໃນການເຮັດໂປຣແກຣມ IB ໃຫ້ປະສົບຄວາມສຳເລັດມີດັ່ງນີ້:

  1. ເບິ່ງຫາຄ່າຕອບແທນທີ່ໜ້າສົນໃຈ ໃນຖານະຜູ້ແນາະນຳ Broker ເຊື່ອວ່າທ່ານຕ້ອງຄຳນຶງເຖິງລາຍໄດ້ທີ່ເໝາະສົມເປັນຢ່າງທຳອິດ ດັ່ງນັ້ນ ທ່ານຕ້ອງເລືອກຮູບແບບການຈ່າຍຜົນຕອບແທນທີ່ກົງກັບຄວາມຕ້ອງການຂອງທ່ານ ແລະ ຄຳນວນເບິ່ງວ່າການເປັນພາດເນີກັບ Broker ນັ້ນໆຄຸ້ມຄ່າກັບກຳໄລທີ່ຈະໄດ້ຮັບຫຼືບໍ່?
  2. ຊ່ວຍເຫຼືອລູກຄ້າຢ່າງເຕັມທີ່ ພະຍາຍາມໃຫ້ຜູ້ມີແນວໂນ້ມຜູ້ເປັນລູກຄ້າເຂົ້າມາມີສ່ວນຮ່ວມ ແລະ ພະຍາຍາມເຮັດໃຫ້ທຸລະກິດຂອງ ແພຣດຟອມ ເຕີບໂຕໃນລັກສະນະດຽວກັນກັບທີ່ທ່ານເຮັດໃຫ້ທຸລະກິດຂອງທ່ານ ຢ່າປ່ອຍໃຫ້ລູກຄ້າຕ້ອງປະເຊີນກັບເຫດການຄວາມຍາກລຳບາກພຽງຄົນດດຽວ ແຕ່ຄວນແນາະນຳໃຫ້ພວກເຂົາໝັ້ນໃຈທີ່ຈະເທຣດໄດ້ເອງໃນທີ່ສຸດ
  3. Promote Program IB ອີກໜຶ່ງກະແຈສູ່ຄວາມສຳເລັດກໍຄື ການຂະຫຍາຍຄອບຄົວນັກເທຣດຂອງທ່ານໃຫ້ເຕີບໂຕຍິ່ງຂຶ້ນ ຫາກທ່ານສ້າງເຄືອຂ່າຍກັບເທຣດເດີທີ່ມີຄວາມສົນໃຈ ໃນການເທຣດຢ່າງສະໝໍ່າສະເໝີ ທ່ານກໍ່ຈະມີລາຍໄດ້ທີ່ໝັ້ນຄົງ ທັງນີ້ຕ້ອງອາໃສເຄື່ອງມື ແລະ ໂປຣໂມເຊີນຕ່າງໆ ທີ່ Broker ຈັດກຽມໃຫ້ດ້ວຍເຊັນດຽວກັນ

ຫາກທ່ານສາມາດສ້າງຊື່ສຽງໃນວົງການ Forex ໂດຍອາໃສຊຸດເຄື່ອງມື ແລະ ຊັບສິນທີ່ໜ້າສົນໃຈຂອງ Broker ນັ້ນໆໄດ້ ທ່ານກໍ່ຈະປະສົບຄວາມສຳເລັດໃນຖານະ IB ແລະ ຮັບລາຍໄດ້ໝັ້ນຄົງ

Credit: https://mtrading.com/th/education/articles/forex-basics/how-to-run-a-successful-introducing-broker-program-th

ບົດຄວາມທີ່ກ່ຽວຂ້ອງ