ໃນຍຸກປະຈຸບັນມີຫຼາຍຄົນແມ່ນມີຄວາມສົນໃຈໃນດ້ານການລົງທຶນໃນຕະຫຼາດ Forex ເປັນຈຳນວນຫຼາຍ ເຖິງຂະໜາດຕ້ອງການເປັນມືອາຊີບນັກລົງທຶນອິດສະລະກັນເລີຍລະ ເຊິ່ງການເປັນອາຊີບນີ້ມັນກໍ່ບໍ່ເລື່ອງທີ່ງ່າຍ ຢ່າງທີ່ຄິດຄືກັນ ມັນຂື້ນຢູ່ກັບປັດໃຈຫຼາຍໆຢ່າງ

ເຊິ່ງມື້ນີ້ ຂ້າພະເຈົ້າເອງແມ່ນຈະມາແບ່ງປັນສິ່ງທີ່ຂາດບໍ່ໄດ້ຖ້າຈະເປັນນັກເທຣດມືອາຊີບ

  • ເງີນລົງທຶນ

ແນ່ນອນສິ່ງທີ່ຕ້ອງມີ ຄືເງີນທຶນ ຄືຈະບໍ່ມີໃຜ ເທຣດ Demo ແລ້ວສາມາດຖອນເງີນສົດໄດ້ເນາະ ເງິນທຶນຄວນເປັນເງີນ 10% ຂອງເງີນທີ່ເຮົາເກັບອອມມ້ຽນເພື່ອລົງທຶນ ຖ້າເຮົາເສຍເງີນກ້ອນນີ້ໄປແລ້ວຈະບໍໄດ້ຮ້ອງໄຫ້ເສຍໃຈຢ່າງແນ່ນອນ.

  • ລະບົບເທຣດ

ລະບົບເທຣດຂອງເຮົາພໍສາມາດປັບຕົວໄດ້ທຸກສະພາວະຂອງຄວາມຜັນຜວນຂອງຕະຫຼາດ ເພາະນຶ່ງໃນປີຕະຫຼາດຈະໃຫ້ກຳໄລໃນ 1ລະບົບເທຣດໄດ້ແຕ່ປະມານ 40-50% ເທົ່ານັ້ນ ໃຜທີ່ບອກວ່າລະບົບຂອງເຂົາແມ່ນດີທັງປີ 100% ແມ່ນສາມາດອອກຫ່າງເຂົາເຈົ້າໄດ້ແຫ່ງດີເນາະກ

  • ວິໄນ

ວິໄນແມ່ນເປັນສິ່ງສຳຄັນຫຼາຍ ເຖິງຫຼາຍທີ່ສຸດ ແລະ ຍິ່ງເທຣດ Forex ເປັນອາຊີບຫຼັກ ເປັນອາຊີບດຽວແລ້ວ ທ່ານ ຕ້ອງມີວິໄນເຖິງຂັ້ນສູງສຸດເລີຍ ຖ້າທ່ານ ຍັງບໍ່ມີວິໄນ ຂ້ອຍຄິດວ່າ ທ່ານ ຕ້ອງກັບມາເຮັດວຽກປະຈຳຄືເກົ່າຢ່າງແນ່ນອນ.

  • ການຈັດການບໍລິຫານເງີນທຶນ

ທ່ານ ຕ້ອງມີລະບົບຈັດການ ການເງີນທຶນ ແລະ ຄວາມສ່ຽງຢ່າງຮອບຄອບເຊັ່ນ: ການຕັດຂາດທຶນໄວ້ ແລະ ປ່ອຍກຳໄລ ໃຫ້ນານທີ່ສຸດ ແລະ ສ່ຽງທີ່ຈະປອດໄພທັງຝອດຂອງ ທ່ານ ແລະ ຈິດໃຈຂອງ ທ່ານ ຄວນສ່ຽງຢູ່ທີ 1%-2% ຕໍ່ການເທຣດ 1 ຄັ້ງເທົ່ານັ້ນ ເພາະຖ້າທ່ານ ຂາດທຶນ ທ່ານ ພຽງແຕ່ກຳໄລໃຫ້ໄດ້ 1%-2% ເທົ່າທືນຄືເກົ່າ.

  • ເງີນທຶນສຸກເສີນ

ໃນການເປັນເທຣດເດີອິດສະລະນັ້ນທີ່ຕ້ອງພົບເຈີຢ່າງແນ່ນອນ ທ່ານ ຕ້ອງມີຊວງເວລາທີ່ສູງທີ່ສຸດ ແລະ ຊ່ວງເວລາທີ່ຕໍ່າທີ່ສຸດ ແລະ ຊ່ວງເວລາທີ່ຕໍ່າທີ່ສຸດຂອງທ່ານ ແມ່ນຈະເອົາເງີນບ່ອນໃບມາໃຊ້ຈ່າຍ ໃຊ້ສອຍ ດັ່ງນັ້ນ ທ່ານຕ້ອງມີເງີນເກັບ ສຳຫຼັບຍາມສຸກເສີນຢ່າງໜ້ອຍ 6 ເທົ່າລາຍຈ່າຍທັງເດືອນ ຖ້າທ່ານ ຍັງມີຂໍ້ນີ້ໄດ້ ການເທຣດຂອງ ທ່ານແມ່ນຈະປອດໂປ່ງສະບາຍຢ່າງແນ່ນອນເຈົ້າ ທ່ານ ເທຣດເສຍສອງເດືອນຕິດຕໍ່ກັນ ທ່ານກໍ່ຍັງມີເງີນໃຊ້ໄດ້ຢ່າງສະບາຍ.

  • ພັກຜ່ອນ

ຄົງບໍ່ມີໃຜຢາກມານັ່ງເຝົ້າໜ້າຈໍຕະຫຼອດແມ່ນບໍ່? ເອົາເວລາໄປພັດທະນາທາງດ້ານອື່ນແດ່ ດູແລເບິ່ງແຍງຄອບຄົວ ອອກຳລັງກາຍ ທ່ອງທ່ຽວ ເຮັດກິດຈະກຳ ໃຫ້ແກ່ຜູ້ດ້ອຍໂອກາດ ມະນຸດເຮົາຄວນມີຊີວິດທີ່ຄົບຖ້ວນ ທັງສາມດ້ານຄື: ດ້ານຮ່າງກາຍ, ດ້ານຈິດໃຈ ແລະ ດ້ານຈິດວິນຍານ.

ບົດຄວາມທີ່ກ່ຽວຂ້ອງ