ປະຫວັດຄວາມເປັນມາ ” ກຣາບແທ່ງທຽນ ” ການວິເຄາະທາງດ້ານເທັກນິກໂດຍອາໃສ ກຣາບແທ່ງທຽນນັ້ນ ເຈົ້າຂອງທີ່ມາແມ່ນຄົນປະເທດຍີປຸ່ນ ເຊິ່ງທ່ານ ມີຊື່ວ່າ Mr. Munehisa Homma ເຊິ່ງມີຄວາມເປັນມາຄື ເມື່ອຄັ້ງກ່ອນໃນສະໄໝອາດີດຊ່ວງປະມານ 200 ກວ່າປີກ່ອນ ທ່ານ ແມ່ນໄດ້ເຮັດທຸລະກິດກ່ຽວກັບເຂົ້າປະສົບຄວາມສຳເລັດ ແລະ ລໍ້ລວຍ
ລັດຖະບານ ຍີປຸ່ນ ສະໄໝນັ້ນຈິ່ງໄດ້ແຕ່ງຕັ້ງໃຫ້ທ່ານເປັນທີ່ປຶກສາດ້ານການເງີນ ໂດຍທ່ານ Munehisa Homma ເກີດໃນປີ 1724 ໃນຄອບຄົວທີ່ລໍ້າລວຍ ແລະ ເຮັດທຸລະກິດກ່ຽວກັບເຂົ້າ ທ່ານ ມີຄວາມຊ່ຽວຊານ ເລື່ອງການຄ້າເຂົ້າ ມີຄວາມເຂົ້າໃຈໃນຕະຫຼາດ ເຂົ້າເຖິງ ແລະ ຮູ້ຊຶ້ງໃນອາລົມຂອງຜູ້ຊື້ເປັນຢ່າງດີ.
ດ້ວຍການເກັບ ແລະ ຮວບຮວມຂໍ້ມູນ ນິໃສຂອງຜູ້ຊື້ ແລະ ຜູ້ຂາຍ ໃນແຕ່ລະຄັ້ງ ມາເຮັດການວິໃຈທາງດ້ານຈິດວິທະຍາ ແລະ ກຳນົດໃຫ້ຢູ່ໃນ ” ຮູບແບບກຣາບແທ່ງທຽໜ “ ເຮັດການເກັບປະຫວັດ ແລະ ສະຖິຕິ ຈາກນັ້ນນຳໄປຄຳນວນສຶກສາຫາແນວໂນ້ມຕ່າງໆ ເພື່ອປະກອບໃນການຕັດສິນໃຈທີ່ຖືກຕ້ອງຂື້ນ.
ເຫດຜົນໂດຍສະຫຼຸບ ທີ່ນັກລົງທຶນສ່ວນຫຼາຍນິຍົມນຳ ກຣາບແທ່ງທຽນ ມາວິເຄາະໃນທາງເທັກນິກ ເພື່ອຊ່ວຍໃນການຕັກສິນໃຈຄື:
- ກຣາບແທ່ງທຽນ “ Candlesticks ” ມີຂໍ້ມູນພຽງພໍສຳຫຼັບການວິເຄາະເພື່ອໃຊ້ສຳຫຼັບການຊື້ຂາຍສະເພາະ ປະກອບໄປດ້ວຍ ລາຄາເປີດ, ລາຄາປິດ, ລາຄາສູງສຸດ ແລະ ລາຄາຕໍ່າສຸດ ໂດຍນຳຂໍ້ມູນທັງໝົດມາສ້າງເປັນກຣາບແທ່ງທຽນດຽວ.
- ການແທ່ງທຽນ 1 ແທ່ງ ສາມາດອະທິບາຍອາລົາ ແລະ ບັນຍາການການຊື້ຂາຍໃນຕະຫຼາດໄດ້ເປັນຢ່າງດີ
- ກຣາບແທ່ງທຽນ ສາມາດບອກໄດ້ວ່າການຊື້-ຂາຍ ໃນເວລານັ້ນ ໃຜມີພະລັງຫຼາຍກວ່າກັນລະຫວ່າງ ກະທິງ ກັບ ໝີ ຫຼື ອີກໃນນຶ່ງນັ້ນກໍ່ຄື ມີແຮງສົ່ງໄປທາງຂື້ນ ຫຼື ລົງ ນັ້ນເອງ.
- ສາມາດບອກໄດ້ວ່າ ຊ່ວງເວລາຕໍ່ຈາກນີ້ໄປ ມີໂອກາດທີ່ກຣາບຈະເປັນຂາຂື້ນ ຫຼື ຂາລົງ ເຊິ່ງໝາຍຄວາມວ່າ ໂຕກຣາບແທ່ງທຽນສາມາດອ່ານສັນຍານຊື້ຂາຍໄດ້້ວຍຕົວຂອງມັນເອງ ໂດຍບໍ່ຈຳເປັນຕ້ອງມີດັດສະນີອື່ນໆເຂົ້າມາຊ່ວຍວິເຄາະໃນການຊື້ຂາຍ.
1. Piercing Pattern VS Dark Cloud Cover
ຂາຂື້ນ Piercing Pattern ເປັນຮູບແບບແທ່ງທຽນສີຂຽວຂອງຫຸ້ນ ຫຼື ຄ່າເງີນທີ່ຢູ່ໃນແທຣນຂາລົງ ໂດຍໂຕແທ່ງທຽນ ມີລັກສະນະຂ້ອນຂ້າງຍາວ ແລະ ມີລາຄາປິດທີ່ສູງເກີນກວ່າເຄິ່ງຂອງແທ່ງທຽນສີແດງກ່ອນໜ້າ ເຊິ່ງໂຕແທ່ງທຽນກ່ອນໜ້າທີ່ເປັນສີແດງນັ້ນກໍ່ມີຄວາມຍາວຢູ່ໃນລະດັບນຶ່ງ ແລ້ວມີລາຄາປິດເກືອບເຖິງລາຄາຕໍ່າສຸດຂອງແທ່ງທຽນທີ່ຢູ່ໃນເທຣນຂາລົງກ່ອນໜ້ານັ້ນເຊັ່ນກັນ ຮູບແບບແທ່ງທຽນທີ່ມີລັກສະນະເຊັ່ນນີ້ ບົ່ງບອກເຖິງສັນຍານກັບໂຕຂອງຫຸ້ນ ຫຼື ຄ່າເງີນທີ່ມີຄວາມຮຸນແຮງ ຄວາມໝາຍກໍ່ຄືອາດມີການປັບຕົວປ່ຽນທິດທາງຈາກຂາລົງເປັນຂາຂື້ນໄດ້.

2. Morning star pattern VS Bearish Evening Star
ຂາຂື້ນ Morning Star Parrern ລັກສະນະ ແມ່ນກົງກັນຂ້າມ Evening Star ໂດຍທີ່ເກີດຕອນຕະຫຼາດຂາລົງ ໂດຍປະກອບດ້ວຍແທ່ງທຽນ 3 ແທ່ງທຽນ ແທ່ງທຳອິດເປັນແທ່ງສີແດງຂະໜາດໃຫຍ່ ຕາມາດ້ວຍແທ່ງທຽນສີຂຽວເປັນຊ່ອງວ່າງ ແລະ ຕາມມາດ້ວຍແທງທຽນສີຂຽວເປັນຊ່ອງວ່າງ ແລະ ມີລາຄາປິດຢູ່ພາຍໃນຂອບເຂດໂຕທຽນແທກທຳອີດ ໝາຍຄວາມວ່າ: ບອກວ່າຕະຫຼາດຫຸ້ນປ່ຽນແນວໂນ້ມເປັນ.
ຂາລົງ Bearish Evening Star ລັກສະນະມີແທ່ງທຽນສີຂຽວ ທີ່ຕາມມາດ້ວຍແທ່ງທຽນທີ່ມີໂຕທຽນຂະໜາດນ້ອຍ ໂດຍຈະເປັນສີດຳ ຫຼື ຂາວກໍ່ໄດ້ ກະໂດດສູງຂື້ນຫ່າງໄປຈົນເປັນຊ່ອງວ່າງ ແລະ ມີແທ່ງທຽນສີແດງເກີດຂື້ນຕາມຕໍ່ລົງມາຈົນເປັນຊ່ອງວ່າງຄືກັນ ໂດຍລາຄາປິດຂອງແທ່ງທຽນສີແດງທີ່ 3 ນີ້ຈະຢູ່ພາຍໃນຂອບເຂດໂຕທຽນຂອງແທ່ງທຽນສີຂຽວອັນທຳອິດ ໝາຍຄວາມວ່າ: ບອກແນວໂນ້ມຫຸ້ນທີ່ຂື້ນມາຈະປ່ຽນເປັນຂາລົງ.
3. Morning doji star pattern VS Bearish Evening Doji Star
ຂາຂື້ນ Morning oji star pattern ລັກສະນະຮູບແບບຄືກັນກັບ Morning star ຕ່າງກັນພຽງໂຕກາງປ່ຽນຈາກແທ່ງທຽນຂະໜາດນ້ອຍເປັນ Doji ແທນ ໝາຍວ່າ ຄືກັນກັບ Morning star ແຕ່ແນວໂນ້ມຄືຄ່າເງີນທີ່ຈະຂື້ນມີນໍ້າໜັກຫຼາຍກວ່າ.
ຂາລົງ Bearish Evening Doji Star ລັກສະນະຮູບແບບຄືກັນກັບ Evening Star ຕ່າງກັນພຽງໂຕກາງປ່ຽນຈາກແທ່ງທຽນຂະໜາດນ້ອຍເປັນ Doji ແທນ ຄວາມໝາຍ ຄືກັນກັບ Evening star ແຕ່ມີນໍ້າໜັກປ່ຽນແນວໂນ້ມຈາກຂື້ນເປັນລົງຫຼາຍກວ່າ.
4. Bullish Engulfing VS Bearish engulfing


5. Bullish Harami VS Bearish Harami


6. Bullish Harami Cross VS Bearish Harami Cross
ຂາຂື້ນ Bullish Harami Cross ເກີດ Doji Line (ລາຄາເປີດກັບປິດເທົ່າກັນ) ໃນມື້ຫຼ້າສຸດ ຄືການກະໂດດລົງຫ່າງຈາກແທ່ງທຽນສີແດງ ກ່ອນໜ້າ (ມື້ທຳອິດ) ຈົນເປັນຊ່ອງວ່າງໃນການພິຈາລະນານັ້ນ ຄວາມສູງ-ຕໍ່າ ຂອງໃສ້ທຽນ Doji ຈະບໍ່ກ່ຽວ. ຄວາມໝາຍ: ບອກແນວໂນ້ມຫຸ້ນ ຫຼື ຄ່າເງີນທີ່ລົງມາອາດຈະປ່ຽນເປັນຂື້ນ ແລະ ຖ້າຈະໃຫ້ໝັ້ນໃຈຫຼາຍຍິ່ງຂື້ນ ຄວນມີແທ່ງທຽນຕາມມາ (ມື້ທີສາມ) ໂດຍມີລາຄາປິດແບບກະໂດຍ Gap ຫຼື ມີລາຄາປິດສູງຂື້ນຈາກ Doji.
ຂາລົງ Bearish Harami Cross ເກີດ Doji Line (ລາຄາເປີດກັບປິດເທົ່າກັນ) ກະໂດດຂື້້ນຫ່າງຈາກແທ່ງທຽນສີຂຽວກ່ອນໜ້າ ຈົນເປັນຊ່ອງວ່າງໂດຍໃສ້ທຽນຂອງ Doji ຈະຫ່າງຈາກແທ່ງທຽນສີຂາວ ຫຼື ບໍ່ກໍ່ໄດ້. ຄວາມໝາຍ: ບອກແນວໂນ້ມຫຸ້ນທີ່ຂື້ນມາອາດຈະປ່ຽນເປັນຂາລົງ ຫາກຈະໃຫ້ໝັ້ນໃຈຫຼາຍຂື້ນກວ່ານີ້ ຫຼັງຈາກມື້ນີ້ແລ້ວ ແທ່ງທຽນນຄວນຈະປ່ຽນເປັນສີແດງເກີດຂື້ນຕາມມາຖືເປັນການຢືນຢັນ.
7. Bullish Harami Cross VS Bearish Harami Cross
ຂາຂື້ນ Bullish Doji Star ຄືຮູບແບບແທ່ງທຽນທີ່ເກີດເປັນ Doji Line ຂື້ນ (ລາຄາເປີດກັບປິດເທົ່າກກັນ) ມີການກະໂດດລົງຫ່າງຈາກແທ່ງທຽນສີແດງກ່ອນໜ້າຈະເປັນຊ່ອງວ່າງ ໂດຍໃສ້ທຽນຂອງ Doji ຈະຫ່າງ ຫຼື ບໍ່ຫ່າງຈາກແທ່ງທຽນສີແດງກໍ່ໄດ້. ຄວາມໝາຍ: ບອກແນວໂນ້ມ ຫຸ້ນ ຫຼື ຄ່າເງີນ ທີ່ລົງມາອາດຈະປ່ຽນເປັນຂາຂື້ນ ແລ ຈະມີຄວາມໜ້າເຊື່ອຖືຫຼາຍຂື້ນຖ້າມີແທ່ງທຽນສີຂຽວເກີດຂື້ນຕາມມາ.
ຂາລົງ Bearish Doji Star ຄືຮູບແບບແທ່ງທຽນທີ່ເກີດເປັນ Doji Line ຂື້ນ (ລາຄາເປີດກັບປິດເທົ່າກັນ) ມີການກະໂດດຂື້ນຫ່າງຈາກແທ່ງທຽນສີຂຽວກ່ອນໜ້ານີ້ຈົນເປັນຊ່ອງວ່າງ ໂດຍໃສ້ທຽນຂອງ Doji ຈະຫາງ ຫຼື ຫ່າງຈາກແທ່ງທຽນສີຂຽວກໍ່ໄດ້. ຄວາມໝາຍ: ບອກແນວໂນ້ມຫຸ້ນ ຫຼື ຄ່າເງີນທີ່ຂື້ນມາອາດຈະປ່ຽນເປັນຂາລົງ ແລະ ຈະມີຄວມໜ້າເຊື່ອຖືຫຼາຍຂື້ນຖ້າມີແທ່ງທຽນສີແດງເກີດຂື້ນຕາມມາ.
8. Bullish Dragonfly Doji VS Bearish Dragonfly Doji
ຂາຂື້ນ Bullish Dragonfly Doji ເປັນຮູບແບບແທ່ງທຽນທີ່ບໍ່ມີ Body ມີລັກສະນະຄ້າຍໆກັບ Hammer ເກີດຂື້ນຈາກຈຸດທີ່ຕໍ່າສຸດ ຫຼື ຢູ່ໃນຊ່ອງວ່າງຂາລົງ Downtrend ປັດໃຈທີ່ສຳຄັນ ຮູບບແບບ Dragonfly Doji ຈະມີຄວາມໜ້າເຊື່ອຖືຫຼາຍຂື້ນ ຖ້າແທ່ງທຽນຕໍ່ໄປເປັນສີຂຽວ ແລະ ປິດດ້ວຍລາຄາທີ່ເກີດ Gap ຫຼື ລາຄາທີ່ປິດໃນລະດັບສູງກວ່າ Dragonfly Doji ຫຼາຍໆ ກໍ່ຈະເປັນການຢືນຢັນການກັບໂຕເປັນຂາຂື້ນໄດ້ເປັນຢ່າງດີ.
ຂາລົງ Bearish Dragonfly Doji ລັກສະນະເປັນຮູບແບບແທ່ງທຽນນຶ່ງແທ່ງເກີດຂື້ນທີ່ຈຸດສູງສຸດ ຫຼື ໃນຊ່ວງຂາຂື້ນ Uptrend ເຊິ່ງຮູບແບບ Dragonfly ກໍ່ຄ້າຍຄື Hanging man ເຊັ່ນກັນ ຕ່າງກັນບ່ອນທີ່ Dragonfly ບໍ່ມີແທ່ງ Body ແຕ່ Hanging man ຈະມີແທ່ງນ້ອຍຢູ່ນໍາ Small body ປັດໃຈສຳຄັນຮູບແບບ Bearish Dragonfly Doji ຈະມີຄວາມໜ້າເຊື່ອຖືຫຼາຍຂື້ນ ຖ້າມີແທ່ງທຽນສີແດງເກີດຂື້ນຕາມມາ ແລະ ຍິ່ງຖ້າລາຄາທີ່ເປີດເກີ Gap ຫຼື ລາຄາປິດ ທີ່ລະດັບຕໍ່າກວ່າ Dragonfly Doji ຫຼາຍໆ ກໍ່ເທົ່າກັບວ່າ ອັນນັ້ນແມ່ນການຢືນຢັນການກັບໂຕເປັນຂາລົງຢ່າງຊັດເຈນ.
9. Hammer VS Hanging Man
ຂາຂື້ນ Hammer ລັກສະນະຮູບຮ່າງຄືກັນກັບ Hanging Man ແຕ່ຕ່າງກັນທີ່ Hammer ເກີດຂື້ນຕອນຂາລົງ (Dowtrend) ໂຕເນື້ອທຽນຈະເປັນສີຂຽວ ຫຼື ສີແດງກໍ່ໄດ້ ມີຂະໜາດນ້ອຍທີ່ຍອດສູງຂອງມື້ ແລະ ມີໃສ້ທຽນດ້ານລຸ່ມ ມີຄວາມຍາວເປັນຢ່າງໜ້ອຍ 2 ເທົ່າຂອງແທ່ງທຽນ ສ່ວນໃສ້ທຽນດ້ານເທິງຈະມີ ຫຼື ບໍ່ມີກໍ່ໄດ້ (ຫາກມີແມ່ນຈະດີກວ່າ) ແທ່ງທຽນທີ່ຄືຮູບຄ້ອນນີ້ແມ່ນມັກຈະເກີດຂື້ນຕອນທີ່ມີປະລິມານການຂາຍເກີດຂື້ນ ແລ ເຮັດໃຫ້ລາຄາລົງຕໍ່າ ແຕ່ກ່ອນຕະຫຼາດປິດໄດ້ມີປະລິມານການຊື້ເຂົ້າມາຫຼາຍກວ່າການຂາຍໃນຕອນທຳອິດ ຈິ່ງເຮັດໃຫ້ສຸດທ້າຍແລ້ວກໍ່ປິດເປັນບວກ ຄວາມໝາຍວ່າ: ບອກວ່າແນວໂນ້ມຫຸ້ນ ຫຼື ຄ່າເງີນທີ່ລົງມາປ່ຽນເປັນຂາຂື້ນ.

10. Bullish Inverted Hammer VS Shooting Star
ຂາຂື້ນ Bullish Inverted Hammer ຮູບແບບຄືກັນກັບ Hammer ແຕ່ເກີດຂື້ນໃນຕອນຂາລົງ ເວົ້າໄດ້ວ່າຄືເປັນແທ່ງທຽນ ທີ່ມີເນື້ອທຽນຂະໜາດນ້ອຍ ໂດຍຈະເປັນສີຫຍັງກໍ່ແລ້ວແຕ່ທີ່ເກີດຂື້ນທີ່ລະດັບລາຄາຕໍ່າສຸດຂອງມື້ ແລະ ມີໃສ້ທຽນທາງເທິງທີ່ຢ່າງໜ້ອຍຄວນມີຄວາມຍາວຫຼາຍກວ່າໂຕທຽນ Real body 2 ເທົ່າ.
ຂາລົງ Shooting Star ຮູບແບບໂຕແທ່ງທຽນຈະສັ້ນແຕ່ມີໃສ້ທາງເທິງຍາວ Upper Shadow ສ່ວນໃສ້ທາງລຸ່ມ Lower Shadow ຈະສັ້ນຫຼາຍ ຫຼື ອາດຈະບໍ່ມີເລີຍກໍ່ໄດ້ (ຖ້າບໍ່ມີຈະດີກວ່າ) ຮູບແບບຂອງ Shooting Star ນີ້ຈະເກີດຂື້ນໃນຊ່ວງຕະຫຼາດຂາຂື້ນ ແລະ ແທ່ງທຽນພຽງແທ່ງດຽວຍັງບໍ່ສາມາດຢືນຢັນ ນໍ້າໜັກທິດທາງການກັບໂຕຂອງ ຫຸ້ນ ຫຼື ຄ່າເງີນ ຈາກຂື້ນເປັນລົງໄດ້ ຕ້ອງອາໃສແທ່ງທຽນໃນມື້ຖັດໄປ ທີ່ເປັນສີແດງອີກເທື່ອເພື່ອຄວາມໝັ້ນໃຈ.
11. Bullish Belt Hold VS Bearish Belt Hold
ຂາຂື້ນ Bullish Belt Hold ຮູບແບບຂອງແທ່ງທຽນເປັນແທ່ງສີຂຽວທີ່ມີລາຄາເປີດຕົກລົງມາຈາກມື້ກ່ອນໆຫຼາຍ ແລະ ບໍ່ມີໃສ້ທຽນດ້ານລຸ່ມເກີດຂື້ນເລີຍ Lower Shadow ຈາກນັ້ນມີແຮງຊື້ທີ່ດິງລາຄາຫຸ້ນ ຫຼື ຄ່າເງີນຂື້ນໄປໆ ຈົນໄປປິດຢູ່ຈຸດໃກ້ຄຽງກັບລະດັບລາຄາສູງສຸດຂອງວັນ ຈິ່ງເຮັດໃຫ້ເປັນລັກສະນະມີໃສ້ດ້ານເທິງພຽງສັ້ນໆ ເພື່ອຄວາມໝັ້ນໃຈໃນທິດທາງກັບຈາກຂາລົງເປັນຂາຂື້ນ ຄວນລໍແທ່ງທຽນສີຂຽວອີກໂຕທີ່ມີລາຄາປິດທີ່ສູງໆຂື້ນມາອີກເປັນການຢືນຢັນ.
ຂາລົງ Bearish Belt Hold ຮູບແບບຂອງແທ່ງທຽນເປັນສີແດງ ຄືມີລາຄາເປີດທີ່ສູງຂື້ນມາເລື້ອຍໆຈາມື້ກ່ອນຫຼາຍ ແຕ່ພໍມາເຖິງມື້ສຸດທ້າຍ ລາຄາເປີດບໍ່ເພີ່ມຂື້ນ ຄືຢູ່ກັບທີ່ເທົ່າເກົ່າ ເທົ່າກັບໃນລາຄາເປີດຂອງມື້ວານ ອີກທັງບໍ່ມີໃສ້ທຽນດ້ານເທິງເກີດຂື້ນເລີຍ (ລາຄາບໍ່ເພີ່ມຂື້ນ) ບວກກັບມີແຮງຂາຍກັບລາຄາຫຼຸດລົງເປັນຈຳນວນຫຼາຍຂື້ນ ຈົນດັນໃຫ້ລາຄາປິດຂອງຫຸ້ນ ຫຼື ຄ່າເງີນຕໍ່າລົງໄປເລື້ອຍໆຈົນໃກ້ເຖິງລາຄາຕໍ່າສຸດຂອງມື້ ຈິ່ງເກີດເປັນລັກສະນະມີໃສ້ທຽນສັ້ນໆບ່ອນດ້ານລຸ່ມຂອງແທ່ງທຽນ ເພື່ອຄວາມໝັ້ນໃຈຂອງທິດທາງການກັບໂຕຈາກຂາຂື້ນເປັນຂາລົງຄວນໃຫ້ເກີດແທ່ງທຽນສີແດງອີກຄັ້ງ ເປັນເປັນການຢືນຢັນ.
12. Bullish Gravestone Doji VS Bearish Gravestone Doji


13. Three Inside Up VS Three Inside Down


14. Tweezer Bottoms vs Tweezer Tops
ຂາຂື້ນ Tweezer Bottoms ຄຳວ່າ Tweezers Bottoms ນີ້ຄືການເອີ້ນແທ່ງທຽນຄູ່ທີ່ມີລັກສະນະຈຸດຕໍ່າສຸດເທົ່າກັນ ໂດຍຈຸດຕໍ່າສຸດຂອງແທ່ງທຽນທັງສອງນີ້ທີ່ວ່ານີ້ໝາຍລວມເຖິງໃສ້ທຽນ (Shadow) ແລະ ໂຕແທ່ງທຽນ ລວມເຖິງແທ່ງທຽນທີ່ມີຮູບແບບເປັນ Doji ອີກດ້ວຍ. ຮູບແບບຂອງ Tweezers Bottoms ຍັງບໍ່ສາມາດສະແດງການກັບໂຕຂອງເທຣນໄດ້ຢ່າງຊັດເຈນ ແລະ ຫາແທ່ງທຽນໂຕຖັດໄປເກີດສະວິງຕໍ່າ ຫຼື້ ສູງຂື້ນ Tweezers Bottoms ນັ້ນກໍ່ຈະກາຍເປັນຕໍາແໜ່ງສູງສຸດ ຫຼື ຕໍ່າສຸດຂອງສະວິງທັນທີ ແລະ ຫາກມີແຮງແກວ່ງທີ່ກັບຄືນອີກ ນັກເທຣດ ກໍ່ສາມາດໃຊ້ແທ່ງ Tweezers Bottoms ນີ້ເປັນແນວຮັບ ຫຼື ແນວຕ້ານໄດ້ເລີຍ ສະນັ້ນ Tweezers Botooms ຈິ່ງເປັນຕໍາແໜ່ງແທ່ງທຽນທີ່ບົງບອກສັນຍານພັກໂຕຊົ່ວຄາວຂອງ Bullish ຫຼາຍກວ່າຈະເປັນສັນຍານການກັບໂຕ.
ຂາລົງ Tweezer Tops ໃນສ່ວນແທ່ງທຽນທີ່ເອີ້ນວ່າ Tweezers Tops ນັ້ນກໍ່ໝາຍເຖິງຄູ່ແທ່ງທຽນ ທີ່ມີລັກສະນະເຖິງຈຸສູງສຸດເທົ່າກັນ ໂດຍຈຸດສູງສຸດຂອງຄູ່ແທ່ງທຽນທີ່ວ່ານີ້ແມ່ນໝາຍເຖິງໃສ້ທຽນ ແລະ ໂຕແທ່ງທຽນ ລວມທັງແທ່ງທຽນທີ່ມີຮູບແບບລັກສະນະເປັນ Doji ດ້ວຍຮູບແບບຂອງ Tweezers Tops ຍັງບໍ່ສາມາດສະແດງການກັບໂຕຂອງເທຣນໄດ້ຢ່າງຈະແຈ້ງເຊັ່ນດຽວກັນ ຫາດມີແທ່ງທຽນໂຕຖັດໄປເກີດສະວິງຕໍ່າ ຫຼື ສູງຂື້ນ Tweezers Tops ນັ້ນກໍ່ກາຍເປັນຕໍາແໜ່ງສູງສຸດ ຫຼື ຕໍ່າສຸດ ຂອງສະວິງທັນທີ ແລະ ຫາກມີແຮງແກວ່ງທີ່ກັບອີກ ນັກເທຣດກໍ່ສາມາດໃຊ້ແທ່ງ Tweezers Tops ເປັນແນວຕ້ານ ຫຼືແນວຮັບໄດ້ເລີຍສະນັ້ນ Tweezers Tops ຈິ່ງເປັນຕຳແໜ່ງແທ່ງທຽນທີ່ບົ່ງບອກສັນຍານພັກໂຕຊົ່ວຄາວຂອງ Bearish ຫຼາຍກ່ອນທີ່ຈະເປັນສັນຍານການກັບໂຕ.
15. Bullish Abandoned Baby VS Bearish Abandoned Baby

ຂາລົງ Bearish Abandoned Baby ລັກສະນະທີ່ແທ່ງທຽນ ສອງແທ່ງທີ່ມີຮູບຄືເຄື່ອງໝາຍບວກ ຢູ່ທາງກາງເຊິ່ງຮູບເຄື່ອງໝາຍບວກນັ້ນໄດ້ກະໂດດຂື້ຫ່າງຈາກແທ່ງທຽນກ່ອນໜ້າ (ແທ່ງທຽນສີຂຽວ) ຈົນເປັນຊ່ອງວ່າງ ຫຼື Gap ຫຼັງຈາກນັ້ນເກີດມີແທ່ງທຽນສີແດງ ກະໂດດລົງຫ່າງຈາກຊ່ອງວ່າງຂອງ ຫຼື້ Gap ແລ້ວມີໃສ້ທຽນຍື່ນອອກມາຈະເປັນ ເທິງ ຫຼື ລຸ່ມ ກໍ່ໄດ້ ຂໍໃຫ້ບໍ່ຕິດກັນ ລັກສະນະເຊັ່ນນີ້ຄືສັນຍານບົ່ງບອກແນວໂນ້ມທີ່ຂື້ນຈະປ່ຽນເປັນລົງ.
16. Bullish Marubozu VSBearish Marubozu
ຂາຂື້ນ Bullish Marubozu ຄືຮູບແບບແທ່ງທຽນທີ່ເປັນສີຂຽວມີລັກສະນະທີ່ມີແຕ່ໂຕທຽນ ບໍ່ມີໃສ້ ຄວາມໝາຍຄືລາຄາເປີດເທົ່າກັບລາຄາຕໍ່າສຸດ ແລະ ລາຄາປິດເທົ່າກັບລາຄາສູງສຸດ ແທ່ງທຽນທີ່ສະແດງມາເປັນຮູບແບບນີ້ສະແດງເຖິງພາວະຂອງຕະຫຼາດທີ່ຢູ່ໃນຊ່ວງຂາຂື້ນຢ່າງຊັດເຈນຕະຫຼາດຄົງຈະຢູ່ໃນຂາຂື້ນຕໍ່ໄປຢ່າງຕໍ່ເນື່ອງ ອາດມີແກ່ວງໄປທາງລົບແດ່ ຍັງຍັງມີໂອກາດທີຈະກັບຄືນມາສຸ່ສະພາວະຂາຂື້ນຕໍ່ໄປ.

17. Bullish Spinning Top VS Bearish Spinning Top


18. Bullish Long-legged doji VS Bearish Long-legged doji


19. Bullish Kicking Pattern VS Bearish Kicking Pattern


20. 3 Bullish Soldier VS 3 Bearish Soldier


21. Bullish On Neck Line VS Bearish On Neck Line


22. Bullish Separating Lines VS Bearish Separating Lines
ຂາຂື້ນ Bullish Separating Lines ເປັນຮູບແບບແທ່ງທຽນສີຂຽວທີ່ເກີດຂື້ນໃນຊ່ວງຂາຂື້ນ ໂດຍໄດ້ຕາມຫຼັງແທ່ງທຽນກ່ອນໜ້ານີ້ທີ່ເປັນສີແດງ ເຊິ່ງມີລາຄາເປີດທີ່ເທົ່າກັນກັບລາຄາປິດຂອງແທ່ງທຽນສີແດງ ຮູບແບບລັກສະນະເຊັ່ນນີ້ບົງບອກເຖິງແນວໂນ້ມ ຫຸ້ນ ຫຼື ຄ່າເງີນ ທີ່ເປັນຂາຂື້ນ ຈະຍັງຂື້ນຕໍ່ໄປເພື່ອເປັນການຢືນຢັນທີ່ຊັດເຈນຍິ່ງຂື້ນແທ່ງທຽນຕໍ່ໄປຄວນເປັນສີຂຽວ.
ຂາລົງ Bearish Separating Lines ເປັນຮູບແບບແທ່ງທຽນສີແດງທີ່ເກີດຂື້ນໃນຊ່ວງຂາລົງ ໂດຍໄດ້ຕາມຫຼັງແທ່ງທຽນກ່ອນໜ້ານີ້ທີ່ເປັນສີຂຽວ ເຊິ່ງມີລາຄາປິດທີ່ເທົ່າກັນກັບລາຄາເປິດຂອງແທ່ງທຽນສີຂຽວ ຮູບແບບລັກສະນະເຊັ່ນນີ້ບົງບອກເຖິງແນວໂນ້ມ ຫຸ້ນ ຫຼື ຄ່າເງີນ ທີ່ເປັນຂາລົງ ຈະຍັງລົງຕໍ່ໄປເພື່ອເປັນການຢືນຢັນທີ່ຊັດເຈນຍິ່ງຂື້ນແທ່ງທຽນຕໍ່ໄປຄວນເປັນສີແດງ.
23. Bullish Tri Star VSBearish Tri Star
ຂາຂື້ນ Bullish Tri Star ເປັນຮູບແບບແທ່ງທຽນທີ່ບໍ່ຄ່ອຍເກີດຂື້ນລັກສະນະຄືໃນຊ່ວງເທຣນຂາລົງ ເກີດມີແທ່ງທຽນຮູບແບບ Doji ຂື້ນ 3ໂຕ ໂດຍໂຕທຳອິດ ແລະ ໂຕທີສອງ ຈະຢູ່ໃນເທຣນຂາລົງຕິດຕໍ່ກັນ ຫຼັງຈາກນັ້ນເກີດ Doji ໂຕທີສາມຕາມມາແຕ່ຢູ່ໃນລັກສະນະພີກໂຕກັບເປັນຂາຂື້ນຈົນເຮັດໃຫ້ເກີດເປັນຮູບແບບຄ້າຍຄືກັບສາມດາວ (Tri-Star) ແທ່ງທຽນໃນກຸ່ມທີ່ມີຮູບແບບລັກສະນະເຊັ່ນນີ້ ບົງບອກເຖິງຄວາມບໍ່ແນ່ໃຈຂອງຕະຫຼາດທີ່ຕິດຕໍ່ກັນເລື້ອຍມາຕະຫຼອດ ນັກລົງທຶນເກີດຄວາມລັງເລ ສັບສົນໃນການຕັດສິນໃຈ ເນື່ອງຈາກລາຄາຊື້ເທົ່າກັບລາຄາຂາຍ ລາຄາເປີດເທົາກັບລາຄາປິດ ແລະ ເມື່ອລາຄາມີການເໜັງໂຕປື້ນກັບໄປຢູ່ໃນເທຣນຂາຂື້ນໃນ Doji ໂຕສຸດທ້າຍ ຈຶ່ງຄືກັບການສົ່ງສັນຍານປື້ນກັບຂອງເທຣນຈາກຂາລົງເປັນຂາຂື້ນນັ້ນເອງ.
ຂາລົງ Bearish Tri Star ເປັນຮູບແບບແທ່ງທຽນທີ່ບໍ່ຄ່ອຍເກີດຂື້ນລັກສະນະຄືໃນຊ່ວງເທຣນຂາຂື້ນ ເກີດມີແທ່ງທຽນຮູບແບບ Doji ຂື້ນ 3ໂຕ ໂດຍໂຕທຳອິດ ແລະ ໂຕທີສອງ ຈະຢູ່ໃນເທຣນຂາຂື້ຕິດຕໍ່ກັນ ຫຼັງຈາກນັ້ນເກີດ Doji ໂຕທີສາມຕາມມາແຕ່ຢູ່ໃນລັກສະນະປື້ນໂຕກັບເປັນຂາລົງ ຈົນເຮັດໃຫ້ເກີດເປັນຮູບແບບຄ້າຍຄືກັບສາມດາວ (Tri-Star) ແທ່ງທຽນໃນກຸ່ມທີ່ມີຮູບແບບລັກສະນະເຊັ່ນນີ້ ບົງບອກເຖິງຄວາມບໍ່ແນ່ໃຈຂອງຕະຫຼາດທີ່ຕິດຕໍ່ກັນເລື້ອຍມາຕະຫຼອດ ນັກລົງທຶນເກີດຄວາມລັງເລ ສັບສົນໃນການຕັດສິນໃຈ ເນື່ອງຈາກລາຄາຊື້ເທົ່າກັບລາຄາຂາຍ ລາຄາເປີດເທົາກັບລາຄາປິດ ແລະ ເມື່ອລາຄາມີການເໜັງໂຕປື້ນກັບໄປຢູ່ໃນເທຣນຂາລົງໃນ Doji ໂຕສຸດທ້າຍ ຈຶ່ງຄືກັບການສົ່ງສັນຍານປື້ນກັບຂອງເທຣນຈາກຂາຂື້ນເປັນຂາລົງນັ້ນເອງ.
24. Long Lower Shadow VS Long Upper Shadow
ຂາຂື້ນ Long Lower Shadow ເປັນຮູບແບບແທ່ງທຽນສີຂຽວທີ່ມີໃສ້ທຽນດ້ານລຸ່ມຍາວຫຼາຍ ໂດຍທີ່ໂຕແທ່ງທຽນ ມີຂະໜາດສັ້ນ ແລະ ຢູ່ບໍລິເວນໃກ້ຄຽງໃສ້ທຽນດ້ານເທິງຈົນເກືອບຈະຕິດກັນ ຄືມີໃສ້ທຽນດ້ານເທິງຍື່ນອອກມາເລັກໜ້ອຍ ແທ່ງທຽນລັກສະນະເຊັ່ນນີ້ໝາຍເຖິງ ຫຸ້ນ ຫຼື ຄ່າເງີນທີ່ມີລາຄາປິດທີ່ສູງກວ່າລາຄາເປີດ (ລາຄາສູງຂື້ນ) ໂດຍມີລາຄາປິດທີ່ໃກ້ຄຽງກັບລາຄາສູງສຸດອີກດ້ວຍ ມີສາເຫດກໍ່ເນື່ອງມາຈາກມີແຮງຊື້ເຂົ້າມາໃນຈຳນວນຫຼາຍໆ ແລະ ວ່ອງໄວ ຈິ່ງເຮັດໃຫ້ລາຄາຂື້ນສູງ ເກີດເປັນຮູບລັກສະນະ Long Lower Shadow ເຊິ່ງໝາຍເຖິງບອກງແນວໂນ້ມຂາຂື້ນຈະຍັງຄົງຢູ່ຂື້ນຕໍ່ໄປ ແຕ່ແຮງຊື້ເຖິງຈຸດອື່ມໂຕແລ້ວ ກໍ່ອາດເກີດເທຣນກັບໂຕ ຈາກຂື້ນເປັນລົງໄດ້ເຊັ່ນດຽວກັນສະນັ້ນຮູບລັກສະນະ Long Lower Shadow ຍັງບໍ່ແມ່ນການບອກທິດທາງ ແນວໂນ້ມີ່ຊັດເຈນພຽງພໍ ໂອກາດທີ່ຈະພິກກັບໂຕ ກັບຈາກຂື້ນເປັນລົງ ຫຼື ຍັງຄົງຂື້ນຕໍ່ໄປອີກເປັນໄປໄດ້ທັງໝົດ
ຂາລົງ Long Upper Shadow ເປັນຮູບແບບແທ່ງທຽນສີແດງທີ່ມີໃສ້ທຽນດ້ານເທິງຍາວຫຼາຍ ໂດຍທີ່ໂຕແທ່ງທຽນ ມີຂະໜາດສັ້ນ ແລະ ຢູ່ບໍລິເວນໃກ້ຄຽງໃສ້ທຽນດ້ານລຸ່ມຈົນເກືອບຈະຕິດກັນ ຄືມີໃສ້ທຽນດ້ານລຸ່ມຍື່ນອອກມາເລັກໜ້ອຍ ແທ່ງທຽນລັກສະນະເຊັ່ນນີ້ໝາຍເຖິງ ຫຸ້ນ ຫຼື ຄ່າເງີນທີ່ມີລາຄາເປິດທີ່ສູງກວ່າລາຄາປີດ (ລາຄາຕໍ່າລົງ) ໂດຍມີລາຄາປິດທີ່ໃກ້ຄຽງກັບລາຄາຕໍ່າສຸດອີກດ້ວຍ ມີສາເຫດກໍ່ເນື່ອງມາຈາກມີແຮງຈ່ນເຂົ້າມາໃນຈຳນວນຫຼາຍໆ ແລະ ວ່ອງໄວ ຈິ່ງເຮັດໃຫ້ລາຄາຕໍ່າລົງ ເກີດເປັນຮູບລັກສະນະ Long Upper Shadow ເຊິ່ງໝາຍເຖິງບອກງແນວໂນ້ມຂາລົງຈະຍັງຄົງຢູ່ບລົງຕໍ່ໄປ ແຕ່ແຮງຂາຍເຖິງຈຸດອື່ມໂຕແລ້ວ ກໍ່ອາດເກີດເທຣນກັບໂຕ ຈາກລົງເປັນຂື້ນໄດ້ເຊັ່ນດຽວກັນສະນັ້ນຮູບລັກສະນະ Long Upper Shadow ຍັງບໍ່ແມ່ນການບອກທິດທາງ ແນວໂນ້ມີ່ຊັດເຈນພຽງພໍ ໂອກາດທີ່ຈະພິກກັບໂຕ ກັບຈາກລົວເປັນຂື້ນ ຫຼື ຍັງຄົງລົງຕໍ່ໄປອີກເປັນໄປໄດ້ທັງໝົດ.
25. Bullish Meeting Line VS Bearish Meeting Line
ຂາຂື້ນ Bullish Meeting Line ເປັນຮູບແບບແທ່ງທຽນສີຂຽວຂອງຫຸ້ນ ຫຼື ຄ່າເງີນ ທີ່ຢູ່ໃນເທຣນຂາລົງເຊິ່ງກ່ອນໜ້ານັ້ນເປັນແທ່ງທຽນສີແດງທີ່ມີລາຄາເປີດກະໂດດລົງຈາກລາຄາປິດຂອງເທຣນຂາລົງໃນມື້ກ່ອນໆ ໂດຍໂຕແທ່ງທຽນສີຂຽວຫຼ້າສຸດນີ້ກໍ່ມີລາຄາເປີດທີ່ ກະໂດດລົງຈາກລາຄາປິດຂອງແທ່ງທຽນສີແດງເຊັ່ນດຽວກັນ ແຕ່ທ້າຍສຸດມີການປັບໂຕຂື້ນມາປິດລາຄາທີ່ເທົ່າກັນ ຫຼືໃກ້ຄຽງກັນກັບລາຄາເປີດຂອງແທ່ງທຽນສີແດງກ່ອນໜ້າ ລັກສະນະເຊັ່ນນີ້ໝາຍເຖິງແຮງຊື້ ກັບແຮງຂາຍເທົ່າກັນ ແນວໂນ້ມ ຫຼື ທິດທາງຕໍ່ໄປອາດຈະເກີດການກັບໂຕຈາກຂາລົງ ປ່ຽນເປັນຂາຂື້ນແຕ່ໂອກາດການກັບໂຕຍັງສູ້ແທ່ງທຽນໃນຮູບແບບລັກສະນະຂອງ Piercing Pattern ບໍ່ໄດ້ຈິ່ງຄວນລໍການຢືນຢັນຈາກແທ່ງທຽນໂຕຕໍ່ໄປທີ່ມີລາຄາປິດສູງຂື້ນກ່ວາແທ່ງທຽນສີຂຽວນີ້.

26. Bullish Stick Sandwich VS Bearish Stick Sandwich
ຂາຂື້ນ Bullis Stick Sandwich ເປັນຮູບແບບແທ່ງທຽນ 3 ແທ່ງຂອງ ຫຸ້ນ ຫຼື ຄ່າເງີນ ທີ່ຢູ່ໃນຊ່ວງຂາລົງ ເລີ່ມຈາກແທ່ງທຳອິດເປັນແທ່ງທຽນສີແດງ ທີ່ມີລາຄາປິດຕໍ່າລົງມາຕາມເທຣນຂາລົງກ່ອນໜ້າ ຈາກນັ້ນເກີດແທ່ງທຽນສີຂຽວຕາມມາເປັນແທ່ງທີສອງ ຊິ່ງມີລາຄາປິດທີ່ສູງກ່ອນແທ່ງທຳອິດ ແລະ ຫຼ້າສຸດແທ່ງທີສາມເປັນແທ່ງທຽນສີແດງອີກຄັ້ງ ໂດຍມີລາຄາເປີດທີ່ສູງກວ່າແທ່ງທີສອງ ແຕ່ໃນທີ່ສຸດລາຄາທີ່ປິດລ້າສຸດກັບຕົກໄປຢູ່ໃນລະດັບດຽວກັນ ຫຼື ໃກ້ຄຽງກັບລາຄາປິດຂອງແທ່ງທຽນແທ່ງທຳອິດ ລັກສະນະນະເຊັ່ນນີ້ຫາກເບິ່ງໃນອີກມຸມ ໂດຍເອົາແທ່ງທຽນທຳອິດ ກັບແທ່ງທີສາມາຮວມກັນກໍ່ຈະເບິ່ງຄ້າຍໆ Inverted hammer ທີ່ເປັນສັນຍານບົງບອກການກັບໂຕຈາກຂາລົງເປັນຂາຂື້ນນັ້ນເອງ ແລ ເພື່ອຄວາມໝັ້ນໃຈຫຼາຍຂື້ນຄວນມີການຢືນຢັນອີກແທ່ງດ້ວຍແທ່ງສີຂຽວ ທີ່ມີລາຄາເປີດເໜືອກວ່າລາຄາປິດຂອງແທ່ງທີສາມທີ່ມີຮູບລັກສະນະເປັນ Marubozu
ຂາລົງ Bearish Stick Sandwich ເປັນຮູບແບບແທ່ງທຽນ 3 ແທ່ງຂອງ ຫຸ້ນ ຫຼື ຄ່າເງີນທີ່ຢູ່ໃນຊ່ວງຂາຂື້ນ ເລີມຈາກແທ່ງທຳອິດເປັນແທ່າງທຽນສີຂຽວທທີ່ມີລາຄາປິດສູງຂື້ນໄປຕາມເທຣນຂາຂື້ນກ່ອນໜ້າ ຈາກນັ້ນເກີດແທ່ງທຽນສີແດງຕາມມາເປັນແທ່ງທີສອງ ເຊິ່ງມີລາຄາປິດທີ່ຕໍ່າກວ່າແທ່ງທຳອິດ ແລະ ຫຼ້າສຸດແທ່ງທີ່ສາມາດເກີດເປັນແທ່ງສີຂຽວອີກເທື່ອນຶ່ງ ໂດຍມີລາຄາເປີດທີ່ຕໍ່າກວ່າແທ່ງທີສອງ ແຕ່ໃນທີ່ສຸດ ລາຄາທີ່ປິດຫຼ້າສຸດກັບຂື້ນໄປຢູ່ໃນລະດັບດຽວກັນ ຫຼື ໃກ້ຄຽງກັບລາຄາປິດຂແງແທ່ງທຽນແທ່ງທຳອິດ ລັກສະນະເຊັ່ນນີ້ ຫາກເບິ່ງໃນອີກມຸງໜຶ່ງໂດຍເອົາແທ່ງທຳອິດກັບແທ່ງທີສາມມ່ຮວມກັນກັບຈະເບິ່ງຄ້າຍຄືກັນກັບ Shooting Star ທີ່ເປັນສັນຍານບົ່ງບອກການກັບໂຕຈາກຂາຂື້ນເປັນຂາລົງ ແລະ ເພື່ອໃຫ້ໝັ້ນໃຈຍິ່ງຂື້ນຄວນມີການຢືນຢັນອີກແທ່ງດ້ວຍແທ່ງທຽນສີແດງ ທີ່ມີລາຄາເປິດຕໍ່າກວ່າລາຄາປິດຂອງແທ່ງທີສາມ ທີ່ມີຮູບລັກສະນະເປັນ Marubozu
